ພະແນກ ຄຸ້ມຄອງຄວາມປອດໄພລັງສີ-ນິວເຄຼຍ
ພະແນກ ຄຸ້ມຄອງຄວາມປອດໄພລັງສີ-ນິວເຄຼຍ
- ສຶກສາຄົ້ນຄ້ວາຜັນຂະຫຍາຍແຜນການ, ແຜນງານ, ໂຄງການຮ່ວມມືດ້ານວິຊາການ ຂອງກົມ ທີ່ກ່ຽວຂ້ອງກັບວຽກງານເຕັກນິກ-ວິຊາການ ທີ່ພົວພັນເຖິງການຄຸ້ມຄອງຄວາມປອດໄພດ້ານລັງສີ ແລະນີວເຄຼຍ ໃຫ້ເປັນໜ້າວຽກລະອຽດຂອງພະແນກພ້ອມທັງຮັບຜິດຊອບໃນການຈັດຕັ້ງປະຕິບັດ;
- ເປັນເສນາທິການ ໃຫ້ແກ່ກົມໃນການຈັດຕັ້ງ ຜັນຂະຫຍາຍແຜນການລວມຂອງກະຊວງ;
- ເປັນກອງເລຂາ ແລະ ຈຸດປະສານງານວິຊາການ ກັບພາກສ່ວນທີ່ກ່ຽວຂ້ອງ ທັງສູນກາງ ແລະ ທ້ອງຖິ່ນໃນຄວາມປອດໄພດ້ານລັງສີ ແລະ ນີວເຄຼຍ ຕາມການມອບໝາຍ ຂອງຄະນະກໍາມະການກ່ຽວກັບພະລັງງານປະລະມະນູຂອງກະຊວງ ເພື່ອການຮ່ວມມື ກັບອົງການພະລັງງານປະລະມະນູສາກົນ
- ຄົ້ນຄວ້າ ວິໄຈ ບັນດານະໂຍບາຍ, ລະບຽບນິຕິກໍາ ແລະ ບັນດາແຜນງານ, ໂຄງການວິຊາການ ທີ່ກ່ຽວຂ້ອງກັບອົງການພະລັງງານປະລະມະນູສາກົນ ທັງຢູ່ໃນພາກພື້ນ ແລະ ສາກົນ ເພື່ອນໍາມາຮັບໃຊ້ ໃນການປ້ອງກັນ ແລະ ຮັບປະກັນການຄຸ້ມຄອງຄວາມປອດໄຟດ້ານລັງສີ ແລະ ນີວເຄຼຍ;
- ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ໃນການຄົ້ນຄວ້າສ້າງແຜນງານ, ບັນດາກົດ ແລະ ລະບຽບໝາຍ ກ່ຽວກັບການຄຸ້ມຄອງ ການນໍາໃຊ້ກໍາມັນຕະພາບລັງສີ ແລະ ວິທະຍາສາດນີວເຄຼຍ ຕາມການມອບໝາຍ ຂອງກົມ;
- ສຶກສາຄົ້ນຄວ້າ, ສ້າງຮ່າງລະບຽບການ, ບົດແນະນໍາ ກ່ຽວກັບ ການຄຸ້ມຄອງ, ກວດກາ ແລະ ການນໍາໃຊ້ເຕັກນິກ-ເຕັກໂນໂລຊີດ້ານລັງສີ ແລະ ນີວເຄຼຍ ເພື່ອນໍາສະເໜີການນໍາກະຊວງ ພິຈາລະນາ;
- ຕິດຕາມ, ກວດກາ ແລະ ໃຫ້ຄຳແນະນຳ ກ່ຽວກັບ ການຈັດຕັ້ງປະຕິບັດບັນດານິຕິກໍາ ແລະ ຄວາມຮູ້ພື້ນຖານການຄຸ້ມຄອງ ແລະ ພັດທະນານໍາໃຊ້ຜົນປະໂຫຍດທາງວິທະຍາສາດ ກ່ຽວກັບກໍາມັນຕະພາບລັງສີ ແລະ ນີວເຄຼຍ ແກ່ການຈັດຕັ້ງ ແລະ ສັງຄົມ;
- ສຶກສາຄົ້ນວ້າ ສ້າງລະບົບສະຖິຕິ, ເກັບຮັກສາ, ຂ່າວສານ ແລະ ຖານຂໍ້ມູນ ກ່ຽວກັບກໍາມັນຕະພາບລັງສີ ແລະ ວິທະຍາສາດນີວເຄຼຍ ເພື່ອນໍາສະເໜີການນໍາກະຊວງ ພິຈາລະນາ;
- ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ຈັດຕັ້ງການຄຸ້ມຄອງມະຫາພາກກ່ຽວກັບ ການປ່ອຍສິ່ງເສດເຫຼືອຈາກສາຍລັງສີ, ຈັດຕັ້ງຕິດຕາມສະພາບແວດລ້ອມຈາກການສາຍລັງສີ; ຕິດຕາມດ້ານຄວາມປອດໄພໃນອາຊີບສາຍລັງສີ ແລະ ສະເໜີ ວິທີການປ້ອງກັນ ຄວບຄຸມ ແລະ ແກ້ໄຂເຫດສຸກເສີນ ທີ່ເກີດຈາກກໍາມັນຕະພາບລັງສີ ແລະ ນີວເຄຼຍ ເພື່ອນໍາສະເໜີ ລາຍງານຂັ້ນເທີງ ພິຈາລະນາໃຫ້ທິດຊີ້ ນໍາປະຕິບັດ;
- ຮັບ, ພິຈາລະນາ ແລະນຳສະເໜີ ຂັ້ນເທິງແກ້ໄຂຄຳສະເໜີ, ຄຳຮ້ອງທຸກອອກຫລືຖອນໜັງສືອະນຸ ຍາດ ຂອງການຈັດຕັ້ງ ຫລືບັນດາຫົວໜ່ວຍທຸລະກິດ ທີ່ນໍາໃຊ້ກໍາມັນຕະພາບລັງສີ ແລະ ວິທະຍາ ສາດນີວເຄຼຍ;
- ສຶກສາຄົ້ນຄ້ວາ ການເຂົ້າເປັນພາຄີ ຂອງສປປ ລາວຕໍ່ສົນທິສັນຍາ, ອະນຸສັນຍາແລະສັນຍາສາກົນຕ່າງໆ ດ້ານຄວາມປອດໄພລັງສີ ແລະ ນີວເຄຼຍ;
- ພົວພັນຮ່ວມມື ແລະ ປະສານງານ ກັບອົງການພະລັງງານປະລະມະນູສາກົນ ແລະ ການຈັດຕັ້ງໃນຂົງເຂດ, ພາກພື້ນ ເພື່ອຍາດເເຍ່ງການຊ່ວຍເຫລືອດ້ານທຶນຮອນ ແລະ ການສະໜັບສະໜູນ ດ້ານວິ ຊາການ ຕາມການມອບໝາຍ ຂອງກະຊວງ;
- ປະຕິບັດໜ້າທີ່ອື່ນໆ ຕາມການມອບໝາຍ ຂອງ ຄະນະກໍາມະການກ່ຽວກັບພະລັງງານປະລະມະນູ ຂອງກະຊວງ ແລະ ການນໍາກະຊວງ.