ພະແນກ ສັງລວມ
ພະແນກ ສັງລວມ
- ສຶກສາຄົ້ນຄ້ວາ ຜັນຂະຫຍາຍແຜນການ, ແຜນງານ, ໂຄງການສະເພາະ ຂອງກົມໃຫ້ເປັນໜ້າວຽກລະອຽດຂອງພະແນກພ້ອມທັງຮັບຜິດຊອບໃນການຈັດຕັ້ງປະຕິບັດ;
- ເປັນເສນາທິການໃຫ້ແກ່ກົມ ໃນການຈັດຕັ້ງຜັນຂະຫຍາຍແຜນການລວມ ຂອງກະຊວງ;
- ສ້າງແຜນການປະຈຳເດືອນ, 3 ເດືອນ, 6 ເດືອນ ແລະ ປະຈຳປີ ຂອງກົມ ເພື່ອນຳໃຊ້ງົບປະມານຂອງລັດ ແລະ ໂຄງການຕ່າງໆເຂົ້າໃນການເຄື່ອນໄຫວວຽກງານວິທະຍາສາດພ້ອມທັງສະຫລຸບລາຍງານການຈັດຕັ້ງປະຕິບັດ ບົນພື້ນຖານສັງລວມ ແຜນການແລະ ບົດລາຍງານສະເພາະຂອງພະແນກ ການຕ່າງໆພາຍໃນກົມ;
- ຄຸ້ມຄອງກາປະທັບ, ຂື້ນທະບຽນ ແລະ ສຳເນົາເອກະສານຂາເຂົ້າ-ຂາອອກ ໃຫ້ເປັນລະບົບ ແລະ ຮັກສາເອກະສານສຳຄັນພາຍໃນກົມ;
- ຄຸ້ມຄອງວຽກງານຈັດຕັ້ງແລະພະນັກງານລວມຂອງກົມ;
- ຄຸ້ມຄອງແລະນຳໃຊ້ງົບປະມານ, ຊັບສົມບັດຂອງລັດແລະໂຄງການຕ່າງໆທີ່ມີຢູ່ໃນພະແນກແລະກົມຢ່າງມີປະສິດທິຜົນແລະເປັນເຈົ້າການ;
- ປະສານສົມທົບກັບພະແນກການວິຊາສະເພາະ ຢູ່ພາຍໃນກົມ ແລະ ພາກສ່ວນອື່ນ ເພື່ອປະຕິບັດໜ້າທີ່ ຂອງຕົນ ຕາມການມອບໝາຍຂອງຄະນະກົມ;
- ພົວພັນ, ຮ່ວມມື ແລະ ປະສານງານກັບອົງການຈັດຕັ້ງຕ່າງໆທັງພາຍໃນແລະ ຕ່າງປະເທດ ເພື່ອ ຍາດເເຍ່ງການຊ່ວຍເຫລືອກ່ຽວກັບວຽກງານວິທະຍາສາດ ຕາມການມອບໝາຍຂອງຄະນະກົມ;
- ປະຕິບັດໜ້າທີ່ອື່ນໆ ຕາມການມອບໝາຍ ຂອງກົມ.