ພະແນກ ສະຖິຕິຂໍ້ມູນວິທະຍາສາດ
ພະແນກ ສະຖິຕິ ຂໍ້ມູນວິທະຍາສາດ
ມາດຕາ10.ໜ້າທີ່ຂອງ ພະແນກສະຖິຕິຂໍ້ມູນວິທະຍາສາດ
1.ສຶກສາຄົ້ນຄ້ວາຜັນຂະຫຍາຍ ແຜນການ, ແຜນງານ, ໂຄງການຂອງກົມໃຫ້ເປັນ ໜ້າວຽກລະອຽດ ຂອງພະແນກ ພ້ອມທັງຮັບຜິດຊອບໃນການຈັດຕັ້ງປະຕິບັດ;
2.ເປັນເສນາທິການ ໃຫ້ແກ່ກົມໃນການ
3.ຈັດຕັ້ງການສຳຫລວດ, ເກັບກຳ, ວິໄຈຂໍ້ມູນດ້ານການຄົ້ນວ້າ ແລະ ພັດທະນາວິທະຍາສາດ ເພື່ອຮັບໃຊ້ການພັດທະນາ ວິທະຍາສາດ ຂອງ ສປປ ລາວ;
4.ສ້າງລະບົບຂໍ້ມູນສະຖິຕິ ແລະ ຕົວຊີ້ວັດດ້ານການພັດທະນາວິທະຍາສາດ ເພື່ອແລກປ່ຽນຂໍ້ມູນຂ່າວ ສານ ວິທະຍາສາດ ທັງພາຍໃນ ແລະ ຕ່າງປະເທດ;
5.ເລືອກເຟັ້ນ ແລະ ເຜີຍແຜ່ ບັນດາຂໍ້ມູນສະຖິຕິ ແລະ ຕົວຊີ້ວັດ ຂອງການພັດທະນາດ້ານວິທະຍາສາດ ພາຍໃນປະເທດ, ພາກພື້ນ ແລະ ສາກົນ;
6.ປະສານສົມທົບກັບ ບັນດາຂະແໜງການ ແລະ ພາກສ່ວນກ່ຽວຂ້ອງ ທັງພາກລັດ ແລະ ພາກເອກະຊົນ ເພື່ອສ້າງເປັນບົດລາຍງານສະພາບຂໍ້ມູນ-ຕົວຊີ້ວັດ ການພັດທະນາດ້ານວິທະຍາສາດ ຂອງ ສປປ ລາວ;
7.ພົວພັນ ຮ່ວມມື ແລະ ປະສານສົມທົບກັບອົງການຈັດຕັ້ງຕ່າງໆ ທັງພາຍໃນ ແລະ ຕ່າງປະເທດ ເພື່ອຍາດເເຍ່ງການຊ່ວຍເຫລືອ ກ່ຽວກັບວຽກງານວິທະຍາສາດ ຕາມການມອບໝາຍຂອງຄະນະກົມ;
8.ສັງລວມ ແລະ ສ້າງແຜນເຄື່ອນໄຫວປະຈຳອາທິດ, 1 ເດືອນ, 3 ເດືອນ, 6 ເດືອນ, ແລະ 1 ປີຂອງພະແນກ ແລະ ຂອງກົມ ພ້ອມທັງຕິດຕາມຊຸກຍູ້ ແລະ ສະຫຼຸບລາຍງານຜົນຂອງການຈັດຕັ້ງປະຕິບັດ
9.ປະຕິບັດຕາມມະຕິຕົກລົງ, ຄຳແນະນຳຕ່າງໆ ຂອງກົມ ແລະ ວຽກງານອື່ນໆຕາມການໝອບໝາຍຂອງຄະນະກົມ
2.ໂຄງຮ່າງການຈັດຕັ້ງພະແນກສະຖິຕິ-ຂໍ້ມູນວິທະຍາສາດ
3.ທິດທາງ ແລະ ແຜນການເຄື່ອນໄຫວ